ຈາຣືກວັດວິຈິຕທັມມາຣາມ

ຊື່ວັດ
ວັດວິຈິຕທັມມາຣາມ
ຊື່ທີ່ຕັ້ງ

ບ້ານວຽງຈະເຣີນ
ເມືອງໄຊເຊດຖາ
ນະຄອນຫຼວງວຽງຈັນ.
ຊື່ເປັນພາສາອັງກິດ
Name Temple : Vichitdhammaram Temple.
address Villege: Viengchareone Villege.
Xayshettha District
Vientiane, Laos PDR
ວັນກຳເນີດວັດ

ວັນອາທິດ ວັນທີ ໑໘ ເດືອນມີນາ ປີ ພ.ສ ໒໕໔໔ ຄ.ສ ໒໐໐໑ ກົງກັບແຮມ ໑໐ ຄ່ຳ ເດືອນ ໓ ປີມະໂຣງ.
ຜູ້ກໍ່ຕັ້ງ

ພຣະອາຈາຣຍ໌ເນືອງພິລັກ ໂຊຕິທອນ
(ພຣະຄຣູເນືອງພິລັກ ໂຊຕິທອນ) 
ນັກທັມເອກ, ປຣິນຍາພຸດທະສາດບັນດິດ (ສາຂາເສດຖະສາດ).
(ຄວາມເປັນມາຂອງນາມວັດ)
ນາມວັດເປັນຊື່ຂອງອະດີດພຣະອາຈາຣຍ໌ໃຫຍ່ປະທານອົງການພຸດທະສາສນາສຳພັນລາວ
ພຣະອາຈານໃຫຍ່ ດຣ. ພຣະມະຫາວິຈິຕ ສິງຫະຣາຊ 
ປະທານໃຫ້ຊາວບ້ານວຽງຈະເຣີນ ເມື່ອເດືອນມິຖຸນາ ປີ ໒໐໐໐ 
ຄາຖາປະຈຳເວັບ
ປັນຍາ ໂລກັສສມິງ ປັຊໂຊໂຕ
(ປັນຍາເປັນແສງສວ່າງໃນໂລກ)
{{{ຄະຕິພົດປະຈຳເວັບ}}}
ມະຫາເສດຖີ ຫຼືຍາຈົກ ຈະກິນອາຫານລາຄາແພງປານໃດກໍຕາມ ກໍກິນອາຫານເຂົ້າໄປ ບໍ່ເກີນ ໑ ກະຕິບກໍອີ່ມເທົ່າກັນ
ມະຫາເສດຖີ ຫຼືຍາຈົກ ມີເຄື່ອງນຸ່ງເທົ່າຫຼາຍໃດຊຸດກໍຕາມ ລາຄາແພງປານໃດກໍຕາມ ລ້ວນໃສ່ເທື່ອລະຊຸດ ເທົ່າກັນ
ມະຫາເສດຖີ ຫຼືຍາຈົກ ມີເຮືອນຫຼັງໃຫຍ່ເທົ່າໃດ ສຸດທ້າຍກໍນອນຕຽງນ້ອຍໆ, ນັ່ງຕັ່ງນ້ອຍໆ, ເຂົ້າຫ້ອງນ້ຳນ້ອຍໆ ເທົ່າກັນ.
ມະຫາເສດຖີ ຫຼືຍາຈົກ ຈະມີເງິນມະຫາສານ ຮັກສາໂຣກພະຍາດ
ຢັບຢັ້ງຊີວິດໃຫ້ໄດ້ນານເທົ່າໃດກໍຕາມ ສຸດທ້າຍກໍເຂົ້າສູ່ໂຮງສີ່ຫຼ່ຽມເໝືອນກັນ ທັງນັ້ນ
(ດ້ວຍເຫດນັ້ນ ມະນຸດຈຶ່ງມີຄວາມສະເໝີພາກກັນ)